ອີງຕາມລາຍງານຈາກສື່ອຂ່າວອິນໂດເນເຊຍ, ທ່ານ Panggabean ຫົວໜ້າຂອງກົມກວດກາກັກຕົວແຫ່ງຊາດອິນໂດເນເຊຍ ໄດ້ກ່າວວ່າ ອິນໂດເນເຊຍແລະຈີນໄດ້ບັນລຸແລະເຊັນຂໍ້ຕົກລົງກ່ຽວກັບການສົ່ງອອກທຸຣຽນແບບແຊ່ແຂງໄປຈີນແລ້ວ.
ທ່ານລະບຸຕໍ່ວ່າ ໂຮງງານບັນຈຸທຸຣຽນແຊ່ແຂງທີ່ສົ່ງອອກໄປຈີນ ຈະຕ້ອງປະຕິບັດຕາມມາດຕະຖານຂອງກົມກວດກາສຸຂະພາບພືດແຫ່ງຊາດອິນໂດເນເຊຍ, ແລະຈະມີການອອກໃບຢືນຢັນການກວດສຸຂະພາບພືດ (Phytosanitary Certificate) ເພື່ອຮັບປະກັນວ່າການຜະລິດຕັ້ງແຕ່ສວນພືດຈົນເຖິງໂຮງງານບັນຈຸແມ່ນສາມາດຕິດຕາມໄດ້ທຸກຂັ້ນຕອນ.
ໃນປີ 2024 ມູນຄ່ານໍາເຂົ້າທຸຣຽນຂອງຈີນມີມູນຄ່າເກືອບ 7 ຕື້ໂດລາສະຫະລັດ, ໂດຍປະເທດໄທແມ່ນຜູ້ຄອບຄອງສ່ວນແບ່ງຕະຫຼາດຫຼາຍທີ່ສຸດ.